ການແປເນື້ອຫາ/ການໃຫ້ນິຍາມຜະລິດຕະພັນ/AbuseFilter
ເນື້ອຫາທີ່ສ້າງຂຶ້ນດ້ວຍການແປເນື້ອຫາຈະໄດ້ຮັບການປະເມີນໂດຍທຽບໃສ່ຕົວກອງວິກິໃນທ້ອງຖິ່ນ (ໃນລັກສະນະດຽວກັນກັບການແກ້ໄຂປົກກະຕິ). ວິກິທີ່ແຕກຕ່າງກັນຈະມີຊຸດຕົວກອງທີ່ແຕກຕ່າງກັນເພື່ອປ້ອງກັນການທຳລາຍຊັບສິນ ແຕ່ບາງຄັ້ງພວກມັນກໍຜິດພາດໃນການລະບຸເນື້ອຫາທີ່ຖືກຕ້ອງຕາມກົດໝາຍ (ພວກມັນອ່ອນໄຫວຕໍ່ລິ້ງພາຍນອກ ແລະ ຜູ້ໃຊ້ໃໝ່ເປັນພິເສດ).
ການແປເນື້ອຫາຈະພະຍາຍາມກວດສອບຄວາມສົມເຫດສົມຜົນຂອງການແປພາສາເມື່ອທ່ານແກ້ໄຂ ແລະ ເຕືອນທ່ານກ່ຽວກັບບັນຫາໃນການແປພາສານັ້ນທີ່ມັນພົບເຫັນໂດຍຕົວກອງວິກິພາສາເປົ້າໝາຍ. ທ່ານຈະເຫັນປ້າຍເຕືອນໃນຖັນເຄື່ອງມືຂອງຕົວແກ້ໄຂການແປພາສາ. ພວກເຮົາແນະນໍາໃຫ້ແກ້ໄຂບັນຫາດັ່ງກ່າວກ່ອນທີ່ຈະຕີພິມການແປພາສາ.
ວິທີແກ້ໄຂບັນຫາ
ປ້າຍເຕືອນໃນຖັນເຄື່ອງມືຈະມີຂໍ້ມູນ ແລະ ລິ້ງໄປຫາເອກະສານຢ່າງລະອຽດສຳລັບບັນຫາດັ່ງກ່າວ.
ບັນຫາບາງຢ່າງເປັນຄຳເຕືອນ, ແຕ່ບັນຫາອື່ນໆຈະປ້ອງກັນບໍ່ໃຫ້ທ່ານຕີພິມການແປພາສາດັ່ງກ່າວເປັນບົດຄວາມສະບັບໃໝ່. ເມື່ອທ່ານຕີພິມ, ເຄື່ອງມືການແປເນື້ອຫາຈະແຈ້ງໃຫ້ທ່ານຮັບຊາບວ່າການຕີພິມລົ້ມເຫຼວ. ສິ່ງນີ້ບໍ່ໄດ້ໝາຍຄວາມວ່າຄວາມພະຍາຍາມສູນເປົ່າ. ການແປພາສາຂອງທ່ານຈະຖືກບັນທຶກໄວ້ກັບການແປເນື້ອຢູ່ສະເໝີ. ຂໍ້ຄວາມຜິດພາດຈະມີລາຍລະອຽດກ່ຽວກັບບັນຫາທີ່ປ້ອງກັນບໍ່ໃຫ້ທ່ານຕີພິມ. ພະຍາຍາມແກ້ໄຂຂໍ້ຜິດພາດນັ້ນ (ຫຼື ລຶບເນື້ອຫາທີ່ໜ້າສົງໄສ) ແລະ ລອງຕີພິມໃໝ່. ມັນຈະສຳເລັດ.
ເພື່ອທີ່ຊ່ວຍໃຫ້ຜູ້ໃຊ້ລາຍອື່ນໆບໍ່ມີບັນຫາທີ່ຄ້າຍຄືກັນ, ທ່ານສາມາດລາຍງານບັນຫາທີ່ທ່ານມີຕໍ່ຜູ້ດູແລລະບົບທີ່ຮັບຜິດຊອບຕົວກອງເພື່ອປັບປ່ຽນພວກມັນ. ກວດເບິ່ງພາກສ່ວນຢູ່ຂ້າງລຸ່ມສຳລັບຂໍ້ມູນເພີ່ມເຕີມ.
ຂໍ້ມູນເພີ່ມເຕີມ
- ເອກະສານວິກິພີເດຍພາສາອັງກິດກ່ຽວກັບຕົວກອງ. ທ່ານສາມາດຊອກຫາເອກະສານທີ່ຄ້າຍຄືກັນໃນວິກິຂອງທ່ານເຊັ່ນກັນ.
- ໜ້າພິເສດ AbuseFilter ໃນວິກິພີເດຍພາສາອັງກິດ. ມັນຈະປາກົດໃນວິກິທັງໝົດທີ່ມີຕົວກອງ. ຜູ້ດູແລລະບົບນໍາໃຊ້ໜ້ານີ້ເພື່ອຈັດການຕົວກອງ
- Extension:AbuseFilter